วันพุธที่ 24 กุมภาพันธ์ พ.ศ. 2564

ເຂື່ອນໄຟຟ້ານ້ຳຄານ 2

 ເຂື່ອນໄຟຟ້ານ້ຳຄານ 2

ການພັດທະນາເສັ້ນທາງເຂົ້າຫາຊຸມຊົນຂອງ ເຂື່ອນໄຟຟ້ານ້ຳຄານ 2

ຄຽງຄູ່ກັບການຜະລິດພະລັງງານໄຟຟ້າຂອງ ສປປ ລາວ ກໍ່ຄືຂອງບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ), ການພັດທະນາ ພື້ນຖານໂຄງລາງຂອງຊຸມຊົນອ້ອມຂ້າງເຂື່ອນ ຖືເປັນສິ່ງທີ່ສຳຄັນ ແລະ ເປັນໝາກຫົວໃຈຫຼັກ ຂອງການພັດທະນາ ໂດຍສະເພາະ ຊີວິດການເປັນຢູ່ຂອງປະຊາຊົນ ທີ່ອາໃສຢູ່ອ້ອມຂ້າງບັນດາເຂື່ອນຂອງບໍລິສັດ.
ເຂື່ອນໄຟຟ້ານໍ້າຄານ 2-3 ເປັນໜຶ່ງໃນບັນດາເຂື່ອນທີ່ ຜ-ຟຟລ ເປັນຜູ້ຄຸ້ມຄອງ, ຊຶ່ງປັດຈຸບັນພວມມີການພັດທະນາ ໂຄງການປັບປຸງເສັ້ນທາງເຂົ້າຫາເຂື່ອນ ໄຟຟ້ານ້ຳຄານ 2 ທີ່ໄດ້ມີການລິເລີ່ມລົງມືປະຕິບັດ ໂດຍແມ່ນເສັ້ນທາງ ໝາຍເລກ 2 ແຕ່ທ່າເຮືອແກ້ງກຸ້ງ ບ້ານ ພູຊ້າງ, ເມືອງຊຽງເງີນ ແຂວງຫຼວງພະບາງ ຫາ ເຂື່ອນໄຟຟ້ານ້ຳຄານ 2 ເຊິ່ງມີຄວາມຍາວ ປະມານ 6 ກິໂລແມັດ. ມາຮອດຕົ້ນເດືອນ ຕຸລາ 2019 ນີ້ ແມ່ນໄດ້ສຳເລັດການອະນາໄມ ແລະ ບຸກເບີກຂອບທາງແລ້ວຊຶ່ງມີຄວາມຍາວປະມານ 3 ກິໂລແມັດ.



ໂຄງການປັບປຸງເສັ້ນທາງ ພາຍໃນເຂື່ອນ ໄຟຟ້ານ້ຳຄານ 2-3 ໄດ້ເລີ່ມລົງມືກໍ່ສ້າງໃນຕົ້ນເດືອນ ກໍລະກົດ 2019 ເປັນຕົ້ນມາ, ໂດຍທີ່ ຜ-ຟຟລ ໄດ້ເຊັນສັນຍາຮັບເໝົາກໍ່ສ້າງ ແລະ ມອບໃຫ້ບໍລີສັດ ກຸ່ມດວງຈະເລີນພັດທະນາກໍ່ສ້າງຈຳກັດຜູ້ດຽວ ເຊິ່ງແມ່ນຜູ້ຊະນະການປະມູນ ແລະ ເປັນຜູ້ດຳເນີນການກໍ່ສ້າງ ພາຍໃຕ້ການກວດກາ ການດຳເນີນ ແລະ ຮັບຮູ້ ໂດຍຄະນະຮັບຜິດຊອບ ຂອງ ເຂື່ອນໄຟຟ້ານ້ຳຄານ 2-3 ທີ່ຂຶ້ນກັບຝ່າຍຜະລິດ ຂອງ ຜ-ຟຟລ ຊຶ່ງໄລຍະຂອງການປະຕິບັດສັນຍາແມ່ນ ລະຫ່ວາງ 2 ປີ.
ໂຄງການປັບປຸງເສັ້ນທາງດັ່ງກ່າວມີຄວາມຍາວທັງໝົດ 17 ກິໂລແມັດ, ກ້ວາງສະເລ່ຍ 6 ແມັດ, ປູຢາງສອງຊັ້ນ ມີຮ່ອງລະບາຍນ້ຳ, ປະກອບດ້ວຍເສັ້ນທາງຫຼັກຄື:

ເສັ້ນທາງໝາຍເລກ 1: ຈາກເສັ້ນທາງເລກທີ 13 ເໜືອ ສີ່ແຍກບ້ານປາກແວດ ຜ່ານບ້ານຈັດສັນບ້ານ ສາມັກຄີໄຊ ຫາຫ້ອງການຂອງເຂື່ອນໄຟຟ້ານ້ຳຄານ 3 ມີຄວາມຍາວ 1.4 ກິໂລແມັດ.

ເສັ້ນທາງໝາຍເລກ 2: ຈາກທ່າເຮືອແກ້ງກຸ້ງ ຫາ ຫ້ອງການເຂື່ອນໄຟຟ້ານ້ຳຄານ 2 ມີຄວາມຍາວ 6 ກິໂລເເມັດ.

ເສັ້ນທາງໝາຍເລກ 3: ເສັ້ນທາງຈາກ ຫ້ອງການເຂື່ອນໄຟຟ້ານ້ຳຄານ 2 ຜ່ານຂົວນໍ້າຄານ ທີ່ເຂດບ້ານໜອງດີເກົ່າໄປຫາໂຮງຈັກ ແລະ ກັບໄປຮອດປ້ອມຍາມ ກ້ອງເຂື່ອນມີຄວາມຍາວ 1.5 ກິໂລແມດ.

ເສັ້ນທາງໝາຍເລກ 4: ເສັ້ນທາງຈາກ ສາມແຍກບ້ານໜອງດີເກົ່າ ຂຶ້ນໄປທາງ Spillway ຜ່ານ ເຂື່ອນຫີນແຂງອັດແໜ້ນ ສາບໜ້າດ້ວຍຄອນກຣິດ ຫາ ບ້ານຈັດສັນພູຊ້າງ ມີຄວາມຍາວ 8.2 ກິໂລແມດ.
ການປັບປຸງເສັ້ນທາງດັ່ງກ່າວແມ່ນເພື່ອ ແກ້ໄຂການສັນຈອນໄປມາ ຂອງປະຊາຊົນທີ່ອາໃສຢູ່ໃກ້ກັບເຂື່ອນໄຟຟ້ານໍ້າຄານ 2-3 ໃຫ້ມີຄວາມສະດວກ ແລະ ປອດໄພຂຶ້ນກ່ວາເກົ່າ, ທັງນີ້ ກໍ່ເພື່ອເປັນການຍົກສູງຄຸນນະພາບຊີວິດການເປັນຢູ່ ຂອງປະຊາຊົນໃຫ້ດີຂຶ້ນເທື່ອລະກ້າວ.​ ສິ່ງດັ່ງກ່າວໄດ້ສະແດງອອກໃຫ້ເຫັນເຖີງຄວາມ ເອົາໃຈໃສ່ຂອງບໍລິສັດ ທີ່ຍາມໃດກໍ່ໍ່ມີຄວາມເປັນຫ່ວງເປັນໄຍ ຕໍ່ ຊີວິດການເປັນຢູ່ຂອງປະຊາຊົນໃນເຂດນີ້.


ຊື່ໂຄງການ ນ້ຳຄານ 2
ສະຖານທີ່ ແມ່ນໍ້າ: ນ້ຳຄານ 2, ແຂວງ: ຫລວງພະບາງ
ວັນທີການດໍາເນີນງານ 2015
ຜູ້ຮັບເຫມົາ SinoHydro (China)
ກຳລັງການຕິດຕັ້ງ 130 MW
ພະລັງງານສະເລ່ຍ/ປີ 558 GWh/year
ກັງຫັນ 2 units x 65 MW (Francis)
ປະເພດໂຄງການ Reservoir
ປະເພດຂອງເຂື່ອນ Rock fill dam
ເນື້ອທີ່ອ່າງໂຕ່ງ 5167 km2


ไม่มีความคิดเห็น:

แสดงความคิดเห็น

ອົງປະກອບເຂຶ່ອນໄຟຟ້າກ່ອນສົ່ງຂາຍ

ທ່ານຮູ້ບໍ່ວ່າ ກ່ອນທີ່ຈະຜະລິດໄຟຟ້າດ້ວຍພະລັງງານນໍ້າເພື່ອສົ່ງຂາຍ ຈະຕ້ອງມີອົງປະກອບຫຍັງແດ່ ຂອບໃຈພາບຈາກ:Namtheun2 ...